ທ່ານຢາກເຂົ້າຮ່ວມງານນີ້ບໍ? ຖ້າຢາກ, ທ່ານສາມາດລົງທະບຽນເຂົ້າຮ່ວມງານຜ່ານລິ້ງນີ້: http://bit.ly/OzTalk26Nov2019
ງານ OzTalk ແມ່ນງານເວທີສົນທະນາ ແລະ ຖາມ-ຕອບ ຈັດໂດຍສະຖານທູດອົດສະຕຣາລີ ແລະ ສະຖາບັນ ລາວ-ອົດສະຕຣາລີ ເພື່ອສ້າງພື້ນທີ່ໃຫ້ແກ່ ຊ່ຽວຊານຈາກປະເທດອົດສະຕຣາລີ, ອະດີດນັກສຶກສາລາວ ທີ່ເຄີຍສຶກສາຢູ່ປະເທດອົດສະຕຣາລີ ແລະ ຊຸມຊົນລາວ ໃນການພົບປະ, ແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບປະເດັນສຳຄັນຕ່າງໆ!
ງານ OzTalk ຕໍ່ໄປ ແມ່ນກ່ຽວກັບເລື່ອງເລົ່າຈາກສາຍຮຸ້ງຫຼາຍສີ - ປະສົບການ ແລະ ວິໄສທັດຂອງກຸ່ມຄົນ ທີ່ມີຄວາມຫຼາກຫຼາຍທາງເພດ ຢູ່ປະເທດ ອົດສະຕຣາລີ ແລະ ປະເທດລາວ ເຊິ່ງໄດ້ຮັບກຽດຈາກ ທ່ານນາງ ມິກຄະຣາ ຣໍາຊິງ, ນັກທຸລະກິດເພື່ອສັງຄົມ ແລະ ຜູ້ນຳພາຂະບວນການຊາວໜຸ່ມຈາກປະເທດອົດສະຕຣາລີ ພ້ອມກັບນັກວິທະຍາກອນອື່ນໆຈາກປະເທດລາວ ເຂົ້າຮ່ວມແບ່ງປັນປະສົບການໃຫ້ທຸກຄົນໄດ້ຟັງ.
ຄ່າລົງທະບຽນ ແມ່ນຟຣີ ແລະ ມີແປພາສາໃຫ້ພ້ອມ, ທຸກໆຄົນສາມາດເຂົ້າຮ່ວມງານນີ້ໄດ້ເດີ້!
ຄລິກໃສ່ ‘Going’ ຫຼື ‘Interested’ ເພື່ອຕິດຕາມ ການແຈ້ງຂ່າວ ແລະ ລາຍລະອຽດກ່ຽວກັບ ວິທະຍາກອນ ທີ່ຈະເຂົ້າຮ່ວມໃນງານສົນທະນາຄັ້ງນີ້ດ້ວຍ ແຕ່ຢ່າລືມວ່າທ່ານກໍ່ຕ້ອງລົງທະບຽນຄືກັນເດີ້ ຜ່ານລິ້ງນີ້: http://bit.ly/OzTalk26Nov2019
Want to attend this event? Register using this link! http://bit.ly/OzTalk26Nov2019
OzTalk is a regular panel discussion and Q&A event run by the Australian Embassy and the Laos Australia Institute to provide space for Australian experts, Australian alumni, and the wider Lao community to meet, think and share about issues that matter!
Our next OzTalk is all about RAINBOW STORIES - the personal experiences and vision of people from the LGBTI+ community in Australia and Laos – and will feature Australian social entrepreneur and youth activist Mikhara Ramsing, along with other panel members from Laos.
It’s absolutely free to attend, simultaneous translation will be provided, and everyone is welcome!
Click ‘Going’ or ‘Interested’ to get updated on the event and our speakers, but don’t forget you also need to register using this link! http://bit.ly/OzTalk26Nov2019